Powered By | Zaiy[Rapper] at DekLorlom

Featured Post 1

ດາວໂຫຼດແອັບ ດາວໂຫຼດແອັບວິທິຍຸເພັງອອນລາຍ. ຄລິກ ເລີຍ

Saturday, January 3, 2015

ແຈກຟຣີ Discuz! X3.2 Pre-mod Laos UTF-8 Official Release 20140618

NaChang  |  at  11:25 PM  |   |  No comments



ສະບາຍດີສະມາຊິກທຸກໆຄົນ ມື້ນີ້ໂດ້ມາພ້ອມກັບຊ໋ອບແວຊະນິດໜຶ່ງທີ່ພິເສດຫຼາຍແລະໂດ້ເອງກໍພູມໃຈທີ່ສຸດກັບຊ໋ອບແວໂຕນີ້ເພາະວ່າເປັນເວີຊັ່ນ ທຳອິດທີ່ໂດ້ໄດ້ເຮັດສຸດຄວາມສາມາດແລະມັນກໍອອກມາໄດ້ດີເລີຍ ສຳລັບ Discuz! 3.2 ເວີຊັ່ນ Pre-mod ນີ້ແມ່ນໄດ້ນຳເອົາໄຟລຕົ້ນສະບັບພາສາຈີນ+ພາສາໄທ ມາປະສົມປະສານ ແລ້ວກໍແປອອກມາເປັນພາສາລາວ 

ມີຫຍັງໃໝ່ໃນເວີຊັ່ນ Discuz! 3.2 Pre-mod?
- ແກ້ລະບົບຕິດຕັ້ງປລັກອິນ/ເທັມເພຣດຜ່ານລະບົບ addon ຂອງດິດຄັດຈີນແລ້ວໄຟລ .xml ເສຍ
- ປ່ຽນຊື່ title ເວັບບອດ ເຊັ່ນ "ເວັບບອດ - {bbname} - Powered by Discuz!" 
- ແກ້ໄຂລະບົບໃຫ້ສາມາດຕິດຕັ້ງ ປລັກອິນ/ເທັມເພຣດໄດ້ ກໍລະນີທີ່ຕິດຕັ້ງແລ້ວແຈ້ງເຕືອນ "ບໍ່ຜ່ານການກວດສອບຂອງແທ້"
- ເພີ່ມ .htaccess ສຳລັບເຮັດ URL Rewriting ໃນລັກສະນະລິ້ງລົງທ້າຍດ້ວຍ .html ໄດ້ແກ່ ຫົວຂໍ້, ບົດຄວາມ, ລາຍການກະທູ້, ເນື້ອຫາກະທູ້, ລາຍການກະທູ້ຄລັບ, - ໂປຣໄຟລສະມາຊິກ, ເນື້ອຫາບລ໋ອກແລະຂໍ້ຄວາມລ້ວນໜ້າບອດ ເຊັ່ນ thread-37296-1-1.html, forum-339-1.html ເປັນຕົ້ນ (ສະມາຊິກຕ້ອງເປີດໃຊ້ງານເອງ)
- ແກ້ໄຂ Youtube Video ໃຫ້ຮອງຮັບຫຼາກຫຼາຍຮູບແບບຂຶ້ນ
- ແກ້ບັນຫາຄວາມຍາວຊື່ກະທູ້ ໃຫ້ນັບໂຕອັກສອນລາວເປັນ 1 ໂຕອັກສອນ ແລະມີຄວາມຍາວ 255 ໂຕອັກສອນລາວ
- ແກ້ໄຂ ຄວາມຍາວຂອງຊື່ກະທູ້ແບບສັ້ນ (short_subject) ທີ່ສະແດງໃນເມນູນຳທາງເປັນ 80 ໂຕອັກສອນ
- ປັບປຸງເລື່ອງຂອງ SEO ໃຫ້ມີປະສິດຕິພາບຂຶ້ນ

ຂໍຂອບໃຈເວີຊັ່ນ Pre-mod ນີ້ເປັນພິເສດກັບທີມງານດິດຄັດພາສາໄທໄດ້ແກ່:
jaideejung007
princekoong's
popiazaza's
discuzmod
ແລະອີກຫຼາຍໆຄົນທີ່ບໍ່ໄດ້ກ່າວໄວ້ໃນນີ້
ເວັບໄຊຢ່າງເປັນທາງການຂອງດິດຄັດໄທ http://www.discuzthai.com/

ສຳລັບການອັບເດດກ່ຽວກັບພາສາລາວ
- ໄດ້ມີການປັບປຸງແກ້ໄຂໃນເລື່ອງຂອງພາສາລາວໃຫ້ເປັນໄປຕາມໄວຍາກອນລາວໃຫ້ດີທີ່ສຸດ
- ໄຟລ Admin ແລະ ໂຟນເດີ້ block ນັ້ນອາດຈະມີສ່ວນພາສາທີ່ບໍ່ຖືກຕ້ອງເພາະຍັງບໍ່ທັນໄດ້ເຂົ້າໄປແກ້ໄຂເທື່ອ
- ໃນເລື່ອງຂອງຮູບພາບບາງສ່ວນກໍຍັງບໍ່ທັນໄດ້ ປັບປຸງໃໝ່ ແຕ່ວ່າສ່ວນທີ່ແປນັ້ນແມ່ນໃຊ້ຟ້ອນພາສາສາມໂຕຄື: BoonHome,Phetsarath OT ແລະ Saysettha OT

ວິທີການຕິດຕັ້ງ
1.ອັບໂຫຼດໄຟລທັງໝົດໃນໂຟນເດີ້ upload ໄປຫາ WEB ROOT ຫຼືຊັບໂຟນເດີ້ໃນເວັບຂອງເຈົ້າ
2.ເອີ້ນໜ້າເວັບການຕິດຕັ້ງຂອງເຈົ້າ ເຊັ່ນ http://yourdomain/path/install/ ແລ້ວດຳເນີນການຕາມທີ່ໜ້າເວັບແຈ້ງເອົາໄວ້ (ສິ່ງສຳຄັນຢ່າລືມ CHMOD ທີ່ລະບົບໄດ້ແຈ້ງໄວ້ນຳ)
3.ເອີ້ນໜ້າເວັບບອດດິດຄັດໄດ້ທັນທີ ຫຼັງຈາກນັ້ນ ຫາກຕ້ອງການຕົບແຕ່ງເພີ່ມຕື່ມ ຄ່ອຍໆສອບຖາມກັນໄດ້ເດີ້ ^_^

ດາວໂຫຼດດິດຄັດເວີຊັ່ນພາສາລາວໄດ້ດ້ານລຸ່ມນີ້

 Discuz_X3.2_LA_UTF8_REV.1 By Dothavisak.part01.rar (1.95 MB, ດາວໂຫຼດແລ້ວ: 50) 
 Discuz_X3.2_LA_UTF8_REV.1 By Dothavisak.part02.rar (1.95 MB, ດາວໂຫຼດແລ້ວ: 49) 

 Discuz_X3.2_LA_UTF8_REV.1 By Dothavisak.part03.rar (1.95 MB, ດາວໂຫຼດແລ້ວ: 49) 

 Discuz_X3.2_LA_UTF8_REV.1 By Dothavisak.part04.rar (1.95 MB, ດາວໂຫຼດແລ້ວ: 60) 

 Discuz_X3.2_LA_UTF8_REV.1 By Dothavisak.part05.rar (1.95 MB, ດາວໂຫຼດແລ້ວ: 50) 

 Discuz_X3.2_LA_UTF8_REV.1 By Dothavisak.part06.rar (1.95 MB, ດາວໂຫຼດແລ້ວ: 50) 

 Discuz_X3.2_LA_UTF8_REV.1 By Dothavisak.part07.rar (664.62 KB, ດາວໂຫຼດແລ້ວ: 52) 
4-7-2014 00:43 ອັບໂຫຼດ
ຄລິກທີ່ຊື່ໄຟລເພື່ອດາວໂຫຼດ



UPDATE NEW PATCH  Patch Discuz! 3.2 REV.2.rar (251.66 KB, ດາວໂຫຼດແລ້ວ: 26) 

ເລື່ອງທີ່ຕ້ອງແຈ້ງໃຫ້ຮູ້ຄື ໃນດິດຄັດເວີຊັ່ນນີ້ຈະມີຫຼາຍໆສ່ວນທີ່ຍັງເປັນພາສາໄທຢູ່ແຕ່ວ່າບໍ່ແມ່ນໃນສ່ວນຂອງລະບົບ ແຕ່ຈະເປັນສ່ວນ ບ້ານ,ເມືອງ,ແຂວງ ແລະຮູບພາບສະແຕັມບາງອັນ

ກະທູ້ນີ້ນຳມາໂພສຕໍ່ຈາກເວັບໄຊ http://www.deklao.com/
Cadit: Dothavisak@Deklao

0 ความคิดเห็น:

General

Copyright © 2014 Zn-LTC.blogspot.com Bloggertheme9
By: ເດັກລໍ້ລົມຂັ້ນເທບ Thx Blogger.