Powered By | Zaiy[Rapper] at DekLorlom

Featured Post 1

ດາວໂຫຼດແອັບ ດາວໂຫຼດແອັບວິທິຍຸເພັງອອນລາຍ. ຄລິກ ເລີຍ

Saturday, December 27, 2014

ວິທີລົງ Windows 7 ແບບງ່າຍໆ

NaChang  |  at  8:40 PM  |   |  No comments


ສຳລັບໃນບົດຄວາມນີ້ ຂພຈ ຈະມາແນະນຳວິທີຕິດຕັ້ງ Windows ເຊິ່ງຫຼາຍໆຄົນກໍ່ຍັງບໍ່ຮູ້ ເຊິ່ງວ່າມັນບໍ່ໄດ້ຍາກຫຍັງເລີຍ..
ແຕ່ກ່ອນອື່ນທ່ານຄວນກວດເບິ່ງ ສະເປັກ ຄອມຂອງທ່ານກ່ອນວ່າຈະເໝາະສົມຕໍ່ການລົງ Windows 7 ຫຼືບໍ ?
ໂດຍ ສະເປັກຂັ້ນຕ່ຳສຳລັບ Windows 7 ແມ່ນ
1 GHz CPU with 32 bits or 64 bits.1 GB Ram for 32 bits or 2 GB Ram for 64 bits.
16 GB empty space hard disk for 32 bits or 20 GB for 64 bits.
DVD drive (if installing from a DVD).
ເພື່ອບໍ່ເປັນການເສຍເວລາເຮົາມາເລີ່ມກັນເລີຍ  

1. ເປີດຄອມຂຶ້ນມາແລ້ວກົດເຂົ້າ BIOS Settings ໂດຍການກົດປຸ່ມ Del ຫຼື ຖ້າບໍ່ໄດ້ໃຫ້ທ່ານສັງເກດເບິ່ງວ່າກົດປຸ່ມໃດຂຶ້ນກັບ Mainboard ແຕ່ລະແບບເນາະ.



2. ກົດເຂົ້າເມນູ Boot ແລ້ວເລືອກ First Boot Device ເປັນ CD/DVD ເພື່ອທຳການ boot OS ຈາກແຜ່ນ



3. ກົດ F10 ເພື່ອ ບັນທຶກ ແລະ ອອກຈາກ BIOS ແລ້ວກໍ່ reboot ຄອມພິວເຕີ້.



4. ເອົາແຜ່ນເຂົ້າຄອມພິວເຕີ້ ແລ້ວກໍ່ເປີດຄອມຂຶ້ນມາ ກົດປຸ່ມໃດກໍ່ໄດ້ແລ້ວ Windows ກໍ່ຈະຖືກໂຫຼດຂຶ້ນມາ.



5. ເລືອກພາສາໃນການຕິດຕັ້ງ, ເວລາ, ສະກຸນເງິນ ແລະ ພາສາໃນການພິມ ໃນຕົວຢ່າງນີ້ເຮົາ ເມື່ອເລືອກແລ້ວກໍ່ກົດ next 



6. ໃຫ້ທ່ານເລືອກເອົາວ່າຈະຕິດຕັ້ງ Windows ແບບໃດ 32 ບິດ ຫຼື 64 ບິດ ແລ້ວແຕ່ຄວາມແທດເໝາະເນາະ ( ໝາຍເຫດ: ແຜ່ນວິນໂດ້ບາງແຜ່ນກໍ່ບໍ່ມີຂັ້ນຕອນນີ້ເນາະແມ່ນຂ້າມໄປຂັ້ນຕອນຕໍ່ໄປເລີຍ )



7. ກົດຕິດໃສ່ "I accept the license terms" ແລ້ວກໍ່ກົດ Next



8. ໃນຂັ້ນຕອນນີ້ຈະມີ 2 ຕົວເລືອກຄື Upgrade ແລະ Custom (Advance)
        Upgrade : ແມ່ນເມື່ອທ່ານໃຊ້ Windows ລຸ້ນເກົ່າແລ້ວຕ້ອງການອັບເປັນ Windows 7 ກໍ່ເລືອກເມນູນີ້
        Custom : ຖ້າທ່ານຕ້ອງການຕິດຕັ້ງ Windows 7 ໃສ່ແທນໂຕເກົ່າເລີຍແມ່ນເລືອກເມນູນີ້ (ໃນບົດຄວາມນີ້ຈະເລືອກໂຕນີ້)



9. ຂັ້ນຕອນນີ້ແມ່ນໃຫ້ເລືອກ Partition  ໃນການຕິດຕັ້ງ Windows ໃສ່. ໃນກໍລະນີທີ່ມີ partition ດຽວກໍ່ຈະເປັນການງ່າຍ ແຕ່ຖ້າມີຫຼາຍກວ່າໜຶ່ງກໍ່ ຈຳເປັນຕ້ອງແບ່ງ partition ໃຫ້ເໝາະສົມໂດຍໃຊ້ ເມນູໃນ Drive options ( advance ) ເພື່ອທຳການ ລຶບ, ສ້າງ, ແບ່ງ partition ຕາມຄວາມຕ້ອງການ
ແລ້ວກໍ່ກົດ Next



10. ຂັ້ນຕອນນີ້ແມ່ນລໍຖ້າຈົນກວ່າ Windows ຈະຕິດຕັ້ງແລ້ວເນາະອາດຈະມີ ການ restart ຈັກ ເທື່ອ 1 ຫຼື 2 ເທື່ອ



11. ກຳນົດຊື່ ຄອມພິວເຕີ້ ແລະ ຊື່ຄອມພິວເຕີ້ ຫຼັງຈາກນັ້ນກໍ່ກົດ Next 



12. ໃສ່ Product number Windows ຂອງທ່ານ ຖ້າບໍ່ມີກໍ່ຈຳເປັນຕ້ອງທຳການ ແຄຣັກ ພາຍຫຼັງ ສະນັ້ນຂັ້ນຕອນນີ້ແມ່ນ next ຂ້າມໄປເລີຍ



13. ເລືອກວ່າຕ້ອງການໃຊ້ Windows update ຫຼືບໍ



14. ເລືອກ ບົວໂມງ ຂອງປະເທດເຮົາ UTC+7 



ພຽງເທົ່ານີ້ການ ຕິດຕັ້ງ WINDOWS 7 ກໍ່ສຳເລັດແລ້ວ !!!

ເປັນແນວໃດບໍ່ຍາກເລີຍແມ່ນບໍ  

ຖ້າມີຄຳຖາມ ສາມາດ ສອບຖາມ ແລະ ສະແດງຄຳເຫັນ ດ້ານລຸ່ມໄດ້ເລີຍ 

ເຄຣດິດຈາກເວັບ : wikihow.com 

0 ความคิดเห็น:

General

Copyright © 2014 Zn-LTC.blogspot.com Bloggertheme9
By: ເດັກລໍ້ລົມຂັ້ນເທບ Thx Blogger.