Powered By | Zaiy[Rapper] at DekLorlom

Featured Post 1

ດາວໂຫຼດແອັບ ດາວໂຫຼດແອັບວິທິຍຸເພັງອອນລາຍ. ຄລິກ ເລີຍ
  • www.zn-ltc.blogspot.com ແບ່ງບັນຄວາມຮູ້ ແລະ ປະສົບການ IT-COMPUTER

    Connect Us: saiynoylathongchanh@gmail.com

  • ເພັງ ອາໂກ໋ຍ A goi [Cover] ເດັກລໍ້ລົມ DekLorlom

  • RADIO ONLINE

  • Admin:Zn-LTC

  • Latest

    Saturday, January 3, 2015

    ພົບກັນອີກຄັ້ງແລ້ວສຳລັບການອັບເດດເວຣີດເພຣດເປັນເວີຊັ່ນ 3.9 ຊ໋ອບແວອັນໜຶ່ງທີ່ມີຊື່ສຽງໂດ່ງດັງຫຼາຍໂດຍເວັບໄຊຫຼາຍໆເວັບເທິງໂລກນີ້ນັບໄດ້ວ່າໃຊ້ງານລະບົບເວຣີດເພຣດ ເກືອບ 50% ເລີຍ ເຮົາຈຶງພູມໃຈຫຼາຍທີ່ຈະແນະນຳສິ່ງດີໆແບບນີ້ໃຫ້ເຈົ້າໄດ້ທົດລອງໃຊ້ນຳກັນ ສຳລັບໃນເວີຊັ່ນນີ້ກໍໄດ້ມີການປັບປຸງໃນຫຼາຍໆສ່ວນຂອງລະບົບເວັບໄຊລວມໄປເຖິງການອັບເດດ ແລະ ປັບປຸງໄຟລພາສາລາວໃຫ້ຖືກຕ້ອງຫຼາຍຂຶ້ນ ແລະກໍໄດ້ມີການແປພາສາໃນສ່ວນຂອງການຕິດຕັ້ງເວຣີດເພຣດນຳ ໃຜທີ່ຢາກລອງນຳໃຊ້ກໍສາມາດດາວໂຫຼດໄປໃຊ້ໄດ້ເລີຍເນາະຢູ່ລິ້ງດ້ານລຸ່ມນີ້ ()

    WHAT'S NEW IN WORDPRESS 3.9?

    - A smoother media editing experience
    - Improved visual editing - speed, accessibility, and mobile support
    - Edit images easily - quicker access to crop and rotation tools, scale images directly in the editor
    - Drag and drop your images right onto the editor
    - Image gallery previews right in the editor
    - Showcase music and clips with simple audio and video playlists
    - Live widget and header image previews in the Customizer
    - Stunning new theme browser

    **For Developers**
    - Themes can now use HTML5 markup for captions and galleries
    - Inline code documentation for action and filter hooks, and media manager and customizer APIs
    - External libraries have been updated
    - Improved database layer
    - New utility functions

    ມີຫຍັງໃໝ່ໃນເວຣີດເພຣີດເວີຊັ່ນ 3.9

    - ການປັບປຸງໂຕແກ້ໄຂແບບເບິ່ງເຫັນໃຫ້ມີຄວາມໄວໃນການເຮັດວຽກຫຼາຍຂຶ້ນ ແລະຮອງຮັບອຸປະກອນມືຖື
    - ສາມາດວາງຂໍ້ຄວາມຈາກ Word Processor ຕ່າງໆມາລົງໃນໜ້າແກ້ໄຂຂອງເວຣີດເພຣດ ໄດ້ໂດຍທີ່ບໍ່ຕ້ອງເສຍເວລາໃນການປັບແຕ່ງຮູບແບບໃໝ່ອີກຮອບ
    - ການແກ້ໄຂຮູບພາບຈະງ່າຍຂຶ້ນກວ່າເກົ່າ ຈາກປົກກະຕິເຮົາຈະຕ້ອງໃສ່ເປັນເປີເຊັນເຊິ່ງຈະເຮັດໃຫ້ການຈັດວາງນັ້ນເສຍເວລາບາງເທື່ອໄດ້ຂະໜາດຮູບທີ່ບໍ່ໄດ້ຕາມຕ້ອງການ ແຕ່ການອັບເດດໃໝ່ນີ້ສຸດຍອດເລີຍສາມາດລາກເມົ້າຄືກັບໃນໂປຣແກຣມ Word ດຶງຮູບພາບໃຫ້ໄດ້ຕາມຂະໜາດຕ້ອງການໄດ້ເລີຍ
    - ນຳຮູບພາບມາໃຊ້ງານໄດ້ງ່າຍຂຶ້ນ ພຽງຄລິກແລະລາກຮູບມາວາງໄວ້ໃນໂຕແກ້ໄຂແບບເບິ່ງເຫັນໄດ້ເລີຍ
    - ມີເບິ່ງກ່ອນຄັງຮູບພາບແລ້ວ
    - ຮອງຮັບການແທຣກເພງ,ສຽງຫຼືຄລິບໃຫ້ຫຼິ້ນໄດ້ເລີຍເທິງເວັບໄຊໃນລັກສະນະຄ້າຍໆກັບໂປຣແກຣມຫຼິ້ນໄຟລສື່
    - ເບິ່ງກ່ອນ widget ແລະສ່ວນຫົວແບບສົດ
    - ການຄົ້ນຫາ Theme ໃໝ່ໆງ່າຍຂຶ້ນ
    - ປັບປຸງການແກ້ໄຂແບບເບິ່ງເຫັນ
    - ການໃຊ້ງານການແກ້ໄຂໄຟລສື່ທີ່ສະດວກກວ່າເກົ່າ
    - ແກ້ໄຂແລະປັບປຸງພາສາລາວໃນບາງສ່ວນ (By DoThavisak)
    - ແປພາສາໃນສ່ວນຂອງການຕິດຕັ້ງເວຣີດເພຣດ (By DoThavisak)
    - ແກ້ໄຂບັກແລະຂໍ້ຜິດພາດຈາກເວີຊັ່ນກ່ອນໆທີ່ເກີດຂຶ້ນຈາກສ່ວນຂອງພາສາລາວ (By DoThavisak)

     WORDPRESS- 3.9 LA (VERSION FULL BY DO THAVISAK).part01.rar (1.95 MB, ດາວໂຫຼດແລ້ວ: 44) 
     WORDPRESS- 3.9 LA (VERSION FULL BY DO THAVISAK).part02.rar (1.95 MB, ດາວໂຫຼດແລ້ວ: 48) 

     WORDPRESS- 3.9 LA (VERSION FULL BY DO THAVISAK).part03.rar (1.66 MB, ດາວໂຫຼດແລ້ວ: 42)
    ກະທູ້ນີ້ນຳມາໂພສຕໍ່ຈາກເວັບໄຊ http://www.deklao.com/
    Cadit: Dothavisak@Deklao
    ຮູບພາບປະກອບ laopost.com

    ແປເປັນພາສາລາວແລ້ວ WordPress Lao 3.9 Smith LA By Do Thavisak

    NaChang  |  at  11:31 PM

    ສະບາຍດີສະມາຊິກທຸກໆຄົນ ມື້ນີ້ໂດ້ມາພ້ອມກັບຊ໋ອບແວຊະນິດໜຶ່ງທີ່ພິເສດຫຼາຍແລະໂດ້ເອງກໍພູມໃຈທີ່ສຸດກັບຊ໋ອບແວໂຕນີ້ເພາະວ່າເປັນເວີຊັ່ນ ທຳອິດທີ່ໂດ້ໄດ້ເຮັດສຸດຄວາມສາມາດແລະມັນກໍອອກມາໄດ້ດີເລີຍ ສຳລັບ Discuz! 3.2 ເວີຊັ່ນ Pre-mod ນີ້ແມ່ນໄດ້ນຳເອົາໄຟລຕົ້ນສະບັບພາສາຈີນ+ພາສາໄທ ມາປະສົມປະສານ ແລ້ວກໍແປອອກມາເປັນພາສາລາວ 

    ມີຫຍັງໃໝ່ໃນເວີຊັ່ນ Discuz! 3.2 Pre-mod?
    - ແກ້ລະບົບຕິດຕັ້ງປລັກອິນ/ເທັມເພຣດຜ່ານລະບົບ addon ຂອງດິດຄັດຈີນແລ້ວໄຟລ .xml ເສຍ
    - ປ່ຽນຊື່ title ເວັບບອດ ເຊັ່ນ "ເວັບບອດ - {bbname} - Powered by Discuz!" 
    - ແກ້ໄຂລະບົບໃຫ້ສາມາດຕິດຕັ້ງ ປລັກອິນ/ເທັມເພຣດໄດ້ ກໍລະນີທີ່ຕິດຕັ້ງແລ້ວແຈ້ງເຕືອນ "ບໍ່ຜ່ານການກວດສອບຂອງແທ້"
    - ເພີ່ມ .htaccess ສຳລັບເຮັດ URL Rewriting ໃນລັກສະນະລິ້ງລົງທ້າຍດ້ວຍ .html ໄດ້ແກ່ ຫົວຂໍ້, ບົດຄວາມ, ລາຍການກະທູ້, ເນື້ອຫາກະທູ້, ລາຍການກະທູ້ຄລັບ, - ໂປຣໄຟລສະມາຊິກ, ເນື້ອຫາບລ໋ອກແລະຂໍ້ຄວາມລ້ວນໜ້າບອດ ເຊັ່ນ thread-37296-1-1.html, forum-339-1.html ເປັນຕົ້ນ (ສະມາຊິກຕ້ອງເປີດໃຊ້ງານເອງ)
    - ແກ້ໄຂ Youtube Video ໃຫ້ຮອງຮັບຫຼາກຫຼາຍຮູບແບບຂຶ້ນ
    - ແກ້ບັນຫາຄວາມຍາວຊື່ກະທູ້ ໃຫ້ນັບໂຕອັກສອນລາວເປັນ 1 ໂຕອັກສອນ ແລະມີຄວາມຍາວ 255 ໂຕອັກສອນລາວ
    - ແກ້ໄຂ ຄວາມຍາວຂອງຊື່ກະທູ້ແບບສັ້ນ (short_subject) ທີ່ສະແດງໃນເມນູນຳທາງເປັນ 80 ໂຕອັກສອນ
    - ປັບປຸງເລື່ອງຂອງ SEO ໃຫ້ມີປະສິດຕິພາບຂຶ້ນ

    ຂໍຂອບໃຈເວີຊັ່ນ Pre-mod ນີ້ເປັນພິເສດກັບທີມງານດິດຄັດພາສາໄທໄດ້ແກ່:
    jaideejung007
    princekoong's
    popiazaza's
    discuzmod
    ແລະອີກຫຼາຍໆຄົນທີ່ບໍ່ໄດ້ກ່າວໄວ້ໃນນີ້
    ເວັບໄຊຢ່າງເປັນທາງການຂອງດິດຄັດໄທ http://www.discuzthai.com/

    ສຳລັບການອັບເດດກ່ຽວກັບພາສາລາວ
    - ໄດ້ມີການປັບປຸງແກ້ໄຂໃນເລື່ອງຂອງພາສາລາວໃຫ້ເປັນໄປຕາມໄວຍາກອນລາວໃຫ້ດີທີ່ສຸດ
    - ໄຟລ Admin ແລະ ໂຟນເດີ້ block ນັ້ນອາດຈະມີສ່ວນພາສາທີ່ບໍ່ຖືກຕ້ອງເພາະຍັງບໍ່ທັນໄດ້ເຂົ້າໄປແກ້ໄຂເທື່ອ
    - ໃນເລື່ອງຂອງຮູບພາບບາງສ່ວນກໍຍັງບໍ່ທັນໄດ້ ປັບປຸງໃໝ່ ແຕ່ວ່າສ່ວນທີ່ແປນັ້ນແມ່ນໃຊ້ຟ້ອນພາສາສາມໂຕຄື: BoonHome,Phetsarath OT ແລະ Saysettha OT

    ວິທີການຕິດຕັ້ງ
    1.ອັບໂຫຼດໄຟລທັງໝົດໃນໂຟນເດີ້ upload ໄປຫາ WEB ROOT ຫຼືຊັບໂຟນເດີ້ໃນເວັບຂອງເຈົ້າ
    2.ເອີ້ນໜ້າເວັບການຕິດຕັ້ງຂອງເຈົ້າ ເຊັ່ນ http://yourdomain/path/install/ ແລ້ວດຳເນີນການຕາມທີ່ໜ້າເວັບແຈ້ງເອົາໄວ້ (ສິ່ງສຳຄັນຢ່າລືມ CHMOD ທີ່ລະບົບໄດ້ແຈ້ງໄວ້ນຳ)
    3.ເອີ້ນໜ້າເວັບບອດດິດຄັດໄດ້ທັນທີ ຫຼັງຈາກນັ້ນ ຫາກຕ້ອງການຕົບແຕ່ງເພີ່ມຕື່ມ ຄ່ອຍໆສອບຖາມກັນໄດ້ເດີ້ ^_^

    ດາວໂຫຼດດິດຄັດເວີຊັ່ນພາສາລາວໄດ້ດ້ານລຸ່ມນີ້

     Discuz_X3.2_LA_UTF8_REV.1 By Dothavisak.part01.rar (1.95 MB, ດາວໂຫຼດແລ້ວ: 50) 
     Discuz_X3.2_LA_UTF8_REV.1 By Dothavisak.part02.rar (1.95 MB, ດາວໂຫຼດແລ້ວ: 49) 

     Discuz_X3.2_LA_UTF8_REV.1 By Dothavisak.part03.rar (1.95 MB, ດາວໂຫຼດແລ້ວ: 49) 

     Discuz_X3.2_LA_UTF8_REV.1 By Dothavisak.part04.rar (1.95 MB, ດາວໂຫຼດແລ້ວ: 60) 

     Discuz_X3.2_LA_UTF8_REV.1 By Dothavisak.part05.rar (1.95 MB, ດາວໂຫຼດແລ້ວ: 50) 

     Discuz_X3.2_LA_UTF8_REV.1 By Dothavisak.part06.rar (1.95 MB, ດາວໂຫຼດແລ້ວ: 50) 

     Discuz_X3.2_LA_UTF8_REV.1 By Dothavisak.part07.rar (664.62 KB, ດາວໂຫຼດແລ້ວ: 52) 
    4-7-2014 00:43 ອັບໂຫຼດ
    ຄລິກທີ່ຊື່ໄຟລເພື່ອດາວໂຫຼດ

    UPDATE NEW PATCH  Patch Discuz! 3.2 REV.2.rar (251.66 KB, ດາວໂຫຼດແລ້ວ: 26) 

    ເລື່ອງທີ່ຕ້ອງແຈ້ງໃຫ້ຮູ້ຄື ໃນດິດຄັດເວີຊັ່ນນີ້ຈະມີຫຼາຍໆສ່ວນທີ່ຍັງເປັນພາສາໄທຢູ່ແຕ່ວ່າບໍ່ແມ່ນໃນສ່ວນຂອງລະບົບ ແຕ່ຈະເປັນສ່ວນ ບ້ານ,ເມືອງ,ແຂວງ ແລະຮູບພາບສະແຕັມບາງອັນ

    ແຈກຟຣີ Discuz! X3.2 Pre-mod Laos UTF-8 Official Release 20140618

    NaChang  |  at  11:25 PM

    Smart Typing Lao ເປັນໂປຣແກຣມ ແປ້ນພິມ ຊ່ວຍຝຶກຊ້ອມໃນການພິມພາສາລາວ ຊຶ່ງມີຄຳແນະນຳວິທີໃຊ້ ການອອກແບບກໍ່ເຮັດໃຫ້ງ່າຍຕໍ່ຜູ້ ໃຊ້ງານ ມີຄວາມຫລາກຫລາຍໃຫ້ຝຶກຊ້ອມທັກສະ ພ້ອມກັນນັ້ນ ກໍ່ມີເກມໃຫ້ຫລິ້ນ ເຫມາະສຳລັບຜູ້ຮຽນພິມໃຫມ່ ແລະຜູ້ທີ່ເປັນແລ້ວໄດ້ຮູ້ວິທີ ທີ່ຖືກຕ້ອງຂຶ້ນຕື່ມ ເປັນຜົນງານຂອງນັກສຶກສາ. (ກໍລະນີ ຖ້າຕິດຕັ້ງ Smart Typing Lao ບໍ່ໄດ້ ເພາະຈະຕ້ອງໄດ້ຕິດຕັ້ງ Net Framwork v1.1 ກ່ອນ )

    http://www.most.gov.la/index.php?option=com_phocadownload&view=category&download=10%3Asmart-typing-lao&id=2%3A2012-03-03-04-14-40&Itemid=104&lang=en

    ທີມາ: http://www.most.gov.la/

    Smart Typing Lao ໂປແກມຝຶກພິມພາສາລາວ

    NaChang  |  at  8:19 PM

    Smart Typing Lao ເປັນໂປຣແກຣມ ແປ້ນພິມ ຊ່ວຍຝຶກຊ້ອມໃນການພິມພາສາລາວ ຊຶ່ງມີຄຳແນະນຳວິທີໃຊ້ ການອອກແບບກໍ່ເຮັດໃຫ້ງ່າຍຕໍ່ຜູ້ ໃຊ້ງານ ມີຄວາມຫລາກຫລາຍໃຫ້ຝຶກຊ້ອມທັກສະ ພ້ອມກັນນັ້ນ ກໍ່ມີເກມໃຫ້ຫລິ້ນ ເຫມາະສຳລັບຜູ້ຮຽນພິມໃຫມ່ ແລະຜູ້ທີ່ເປັນແລ້ວໄດ້ຮູ້ວິທີ ທີ່ຖືກຕ້ອງຂຶ້ນຕື່ມ ເປັນຜົນງານຂອງນັກສຶກສາ. (ກໍລະນີ ຖ້າຕິດຕັ້ງ Smart Typing Lao ບໍ່ໄດ້ ເພາະຈະຕ້ອງໄດ້ຕິດຕັ້ງ Net Framwork v1.1 ກ່ອນ )

    http://www.most.gov.la/index.php?option=com_phocadownload&view=category&download=10%3Asmart-typing-lao&id=2%3A2012-03-03-04-14-40&Itemid=104&lang=en

    ທີມາ: http://www.most.gov.la/

    Saturday, December 27, 2014

    ສຳລັບໃນບົດຄວາມນີ້ ຂພຈ ຈະມາແນະນຳວິທີຕິດຕັ້ງ Windows ເຊິ່ງຫຼາຍໆຄົນກໍ່ຍັງບໍ່ຮູ້ ເຊິ່ງວ່າມັນບໍ່ໄດ້ຍາກຫຍັງເລີຍ..
    ແຕ່ກ່ອນອື່ນທ່ານຄວນກວດເບິ່ງ ສະເປັກ ຄອມຂອງທ່ານກ່ອນວ່າຈະເໝາະສົມຕໍ່ການລົງ Windows 7 ຫຼືບໍ ?
    ໂດຍ ສະເປັກຂັ້ນຕ່ຳສຳລັບ Windows 7 ແມ່ນ
    1 GHz CPU with 32 bits or 64 bits.1 GB Ram for 32 bits or 2 GB Ram for 64 bits.
    16 GB empty space hard disk for 32 bits or 20 GB for 64 bits.
    DVD drive (if installing from a DVD).
    ເພື່ອບໍ່ເປັນການເສຍເວລາເຮົາມາເລີ່ມກັນເລີຍ  

    1. ເປີດຄອມຂຶ້ນມາແລ້ວກົດເຂົ້າ BIOS Settings ໂດຍການກົດປຸ່ມ Del ຫຼື ຖ້າບໍ່ໄດ້ໃຫ້ທ່ານສັງເກດເບິ່ງວ່າກົດປຸ່ມໃດຂຶ້ນກັບ Mainboard ແຕ່ລະແບບເນາະ.

    2. ກົດເຂົ້າເມນູ Boot ແລ້ວເລືອກ First Boot Device ເປັນ CD/DVD ເພື່ອທຳການ boot OS ຈາກແຜ່ນ

    3. ກົດ F10 ເພື່ອ ບັນທຶກ ແລະ ອອກຈາກ BIOS ແລ້ວກໍ່ reboot ຄອມພິວເຕີ້.

    4. ເອົາແຜ່ນເຂົ້າຄອມພິວເຕີ້ ແລ້ວກໍ່ເປີດຄອມຂຶ້ນມາ ກົດປຸ່ມໃດກໍ່ໄດ້ແລ້ວ Windows ກໍ່ຈະຖືກໂຫຼດຂຶ້ນມາ.

    5. ເລືອກພາສາໃນການຕິດຕັ້ງ, ເວລາ, ສະກຸນເງິນ ແລະ ພາສາໃນການພິມ ໃນຕົວຢ່າງນີ້ເຮົາ ເມື່ອເລືອກແລ້ວກໍ່ກົດ next 

    6. ໃຫ້ທ່ານເລືອກເອົາວ່າຈະຕິດຕັ້ງ Windows ແບບໃດ 32 ບິດ ຫຼື 64 ບິດ ແລ້ວແຕ່ຄວາມແທດເໝາະເນາະ ( ໝາຍເຫດ: ແຜ່ນວິນໂດ້ບາງແຜ່ນກໍ່ບໍ່ມີຂັ້ນຕອນນີ້ເນາະແມ່ນຂ້າມໄປຂັ້ນຕອນຕໍ່ໄປເລີຍ )

    7. ກົດຕິດໃສ່ "I accept the license terms" ແລ້ວກໍ່ກົດ Next

    8. ໃນຂັ້ນຕອນນີ້ຈະມີ 2 ຕົວເລືອກຄື Upgrade ແລະ Custom (Advance)
            Upgrade : ແມ່ນເມື່ອທ່ານໃຊ້ Windows ລຸ້ນເກົ່າແລ້ວຕ້ອງການອັບເປັນ Windows 7 ກໍ່ເລືອກເມນູນີ້
            Custom : ຖ້າທ່ານຕ້ອງການຕິດຕັ້ງ Windows 7 ໃສ່ແທນໂຕເກົ່າເລີຍແມ່ນເລືອກເມນູນີ້ (ໃນບົດຄວາມນີ້ຈະເລືອກໂຕນີ້)

    9. ຂັ້ນຕອນນີ້ແມ່ນໃຫ້ເລືອກ Partition  ໃນການຕິດຕັ້ງ Windows ໃສ່. ໃນກໍລະນີທີ່ມີ partition ດຽວກໍ່ຈະເປັນການງ່າຍ ແຕ່ຖ້າມີຫຼາຍກວ່າໜຶ່ງກໍ່ ຈຳເປັນຕ້ອງແບ່ງ partition ໃຫ້ເໝາະສົມໂດຍໃຊ້ ເມນູໃນ Drive options ( advance ) ເພື່ອທຳການ ລຶບ, ສ້າງ, ແບ່ງ partition ຕາມຄວາມຕ້ອງການ
    ແລ້ວກໍ່ກົດ Next

    10. ຂັ້ນຕອນນີ້ແມ່ນລໍຖ້າຈົນກວ່າ Windows ຈະຕິດຕັ້ງແລ້ວເນາະອາດຈະມີ ການ restart ຈັກ ເທື່ອ 1 ຫຼື 2 ເທື່ອ

    11. ກຳນົດຊື່ ຄອມພິວເຕີ້ ແລະ ຊື່ຄອມພິວເຕີ້ ຫຼັງຈາກນັ້ນກໍ່ກົດ Next 

    12. ໃສ່ Product number Windows ຂອງທ່ານ ຖ້າບໍ່ມີກໍ່ຈຳເປັນຕ້ອງທຳການ ແຄຣັກ ພາຍຫຼັງ ສະນັ້ນຂັ້ນຕອນນີ້ແມ່ນ next ຂ້າມໄປເລີຍ

    13. ເລືອກວ່າຕ້ອງການໃຊ້ Windows update ຫຼືບໍ

    14. ເລືອກ ບົວໂມງ ຂອງປະເທດເຮົາ UTC+7 

    ພຽງເທົ່ານີ້ການ ຕິດຕັ້ງ WINDOWS 7 ກໍ່ສຳເລັດແລ້ວ !!!

    ເປັນແນວໃດບໍ່ຍາກເລີຍແມ່ນບໍ  

    ຖ້າມີຄຳຖາມ ສາມາດ ສອບຖາມ ແລະ ສະແດງຄຳເຫັນ ດ້ານລຸ່ມໄດ້ເລີຍ 

    ເຄຣດິດຈາກເວັບ : wikihow.com 

    ວິທີລົງ Windows 7 ແບບງ່າຍໆ

    NaChang  |  at  8:40 PM

    Windows 7 Service Pack 1 (11 Editions ໃນນີ້) ປະກອບໄປດ້ວຍ

    01. Windows 7 Starter Service Pack 1 32Bit
    02. Windows 7 Home Basic Service Pack 1 32Bit
    03. Windows 7 Home Premium Service Pack 1 32Bit
    04. Windows 7 Professional Service Pack 1 32Bit
    05. Windows 7 Ultimate Service Pack 1 32Bit
    06. Windows 7 Enterprise Service Pack 1 32Bit
    07. Windows 7 Home Basic Service Pack 1 64Bit
    08. Windows 7 Home Premium Service Pack 1 64Bit
    09. Windows 7 Professional Service Pack 1 64Bit
    10. Windows 7 Ultimate Service Pack 1 64Bit
    11. Windows 7 Enterprise Service Pack 1 64Bit

    ເປັນການລວມແຜ່ນຈາກໄຟຣ ISO ທີເປັນ Service Pack 1 ນຳມາຈາກ Micosoft
    ເຊິ່ງໄດ້ກວດສອບ HASH ຂອງໄຟຣທີນຳມາຮ່ວມເປັນ AIO ແລ້ວ ຄື່ກັນກັບຂອງ Microsoft ທຸກຢ່າງເລີຍ

    ສິ່ງທີໄດ້ເພິ່ມເຂົ້າໄປໃນ ISO ຫຼັງຈາກ Edittion ແລ້ວ ຄື່
    1. ACTIVATORS
    1.1 HAL7600 - ເອົາໄວ້ Activate Windows 7 ລຸ້ນ Enterprise
    1.2 Daz 1.9.7 Windows 7 Loader ສຳລັບລຸ້ນອື້ນໆ ນອກຈາກ Enterprise
    1.3 Chew7 ໃຊ້ໄດ້ທຸກເວີຊັ້ນ Edition
    ສາມາດດາວໂຫລດໄດ້ຕາມລຸ່ມນີ້ 
    Part 1
    http://upload.ohozaa.com/download/25130/Win7-AIO-32-64bit-Feb-2011part01rar
    Part 2
    http://upload.ohozaa.com/download/25131/Win7-AIO-32-64bit-Feb-2011part02rar
    Part 3 
    http://upload.ohozaa.com/download/25132/Win7-AIO-32-64bit-Feb-2011part03rar
    Part 4 
    http://upload.ohozaa.com/download/25135/Win7-AIO-32-64bit-Feb-2011part04rar
    Part 5
    http://upload.ohozaa.com/download/25137/Win7-AIO-32-64bit-Feb-2011part05rar
    Part 6
    http://upload.ohozaa.com/download/25141/Win7-AIO-32-64bit-Feb-2011part06rar
    Part 7
    http://upload.ohozaa.com/download/25142/Win7-AIO-32-64bit-Feb-2011part07rar
    Part 8
    http://upload.ohozaa.com/download/25139/Win7-AIO-32-64bit-Feb-2011part08rar

    Windows 7 Service Pack 1 All in One (Full 32 and 64 bit)

    NaChang  |  at  8:13 PM

    Sunday, December 21, 2014

    ມາເພີ່ມທິບເລັກໆນ້ອຍໆໃຫ້ກັບທ່ານໃນການໃຊ້ບຼາວເຊີລ Googgle Chrome ດ້ວຍການໃຊ້ຄີຍ໌ລັດ
    Ctrl+B – ເປີດ/ປິດ​ແຖບ Bookmark
    Ctrl+H -ເປິດ/ປິດ​ໜ້າ History
    Ctrl+J – ວິວ​ໜ້າ Download
    Shift+Escape – ເປີດ​ເບິ່ງ​ຕົວ​ຈັດການ​ງານ ຫລື Task manager
    Ctrl+P – ສັ່ງ​ພິມ​ໜ້າ​ເວັບ​ທີ​ເປີດ​ຢູ່​ຂະນະ​ນັ້ນ
    F5 – ໂຫລດ​ໜ້າ​ເວັບ​ອີກ​ເທື່ອ
    Esc – ຢຸດ​ການ​ໂຫລດ​ໜ້າ​ເວັບ​ຂະນະ​ນັ້ນ
    Ctrl+F5 ຫລື Shift+F5 – ໂຫລດ​ໜ້າ​ເວັບ​ຊ້ຳ ໂດຍ​ບໍ່​ສົນ​ໃຈ​ຂໍ້​ມູນ​ເກົ່າ​ໃນ​ແຄດ (cache)ກົດ Alt ແລ້ວ​ຄິກ​ເທິງ​ລິ້ງ – ດາວ​ໂຫລດ​ຈາກ​ລິ້ງ (Save link as)
    Ctrl+F – ເປີດ​ກ່ອງ​ຄົ້ນ​ຫາ​ຄຳ ຫລື​ຂໍ້ຄວາມ​ໃນ​ໜ້າ​ເວັບ (find-in-page box)
    Ctrl+G ຫລື F3 – ຄົ້ນ​ຫາ​ຄຳ​ຕໍ່​ໄປ​ໃນ find-in-page box
    Ctrl+Shift+G ຫລື Shift+F3 – ຄົ້ນ​ຫາ​ຄຳຕໍ່​ໄປ​ໃນ find-in-page box
    Ctrl+U – ວິວ​ໂຄ໊ດ​ຂອງ​ໜ້າ​ເວັບ
    ລາກ link ໄປ​ໃສ່​ໃນ bookmarks bar – ເພີ່ມ​ລິ້ງ​ເຂົ້າໄປ​ໃນ​ Bookmark
    Ctrl+D – ເພີ່ມ​ໜ້າ​ເວັບ​ທີ່​ເບິ່ງ​ຢູ່​ຂະນະ​ນັ້ນ ​ເຂົ້າໄປ​ໃນ​ Bookmark
    Ctrl++ – ເພີ່ມ​ຂະໜາດ​ຕົວ​ຫນັງສື​ໃນ​ໜ້າ​ເວັບ
    Ctrl+- – ລຸດ​ຂະໜາດ​ຕົວ​ຫນັງສື​ໃນ​ໜ້າ​ເວບ
    Ctrl+0 – ກັບ​ໄປ​ໃຊ້​ຂະໜາດ​ຕົວ​ຫນັງສື​ປົກກະຕິ

    ໃຊ້ Browser Chrome ໃຫ້ໄວຂຶ້ນ ດ້ວຍ"ຄີຍ໌ລັດ"

    NaChang  |  at  11:22 PM

    ໃນວັນທີ 1 ຕຸລາ 2014 ທີ່ຜ່ານມາ, ທາງ SOULIYO LAB ກໍ່ໄດ້ປ່ອຍແປ້ນພິມພາສາລາວສຳລັບລະບົບປະຕິບັດການ IOS ອອກມາໃຫ້ດາວໂຫລດໄປໃຊ້ກັນຟຼີໆແລ້ວ. ໃນໄລຍະເວລາທີ່ຜ່ານມາກໍ່ຍັງມີຫຼາຍຄົນຖາມກັນເຂົ້າມາວ່າຕິດຕັ້ງແບບໃດ ແລ້ວຈະພິມເອກະສານພາສາລາວໃນ IPAD ຫຼື IPHONE ໂດຍນຳໃຊ້ຟ້ອນລາວຕ້ອງເຮັດແນວໃດ. ຂ້າພະເຈົ້າກໍ່ໄດ້ເຮັດວິດີໂອສາທິດໄປກ່ອນໜ້ານີ້ແລ້ວ ແຕ່ຫຼາຍຄົນກໍ່ຍັງຕອບກັບມາວ່າເນັດຊ້າເບິ່ງບໍ່ໄດ້ ສະນັ້ນເລີຍມາຂຽນບົດຄວາມນີ້ເພື່ອເປັນອີກຊ່ອງທາງນຶ່ງ. ແຕ່ກ່ອນທີ່ຈະໄປເລີ່ມການດາວໂຫລດ ອຸປະກອນຂອງທ່ານຕ້ອງເປັນ IOS 8 ເສຍກ່ອນ.

    I. ຕິດຕັ້ງແປ້ນພິມພາສາລາວໃນ IPHONE ແລະ IPAD (ຫາກທ່ານມີແປ້ນພິມແລ້ວໃຫ້ຂ້າມຂັ້ນຕອນນີ້)

    1. ເປີດ IPHONE ຫຼື IPAD ຂອງທ່ານຂຶ້ນມາ ແລ້ວເຂົ້າໄປທີ່ APP STORE ຫຼັງຈາກນັ້ນໃຫ້ໄປທີ່ແຖບ SEARCH ແລ້ວພິມຄຳຄົ້ນຫາວ່າ SOULIYO KEY
    2. ຫຼັງຈາກນັ້ນໃຫ້ກົດດາວໂຫລດແອັບຯ SOULIYO KEY ເຊັ່ນດຽວກັບການດາວໂຫລດແອັບຯທົ່ວໄປ
    3. ຫຼັງຈາກດາວໂຫລດມາລົງເຄື່ອງແລ້ວ, ໃຫ້ເຂົ້າ SETTINGS ໃນອຸປະກອນຂອງທ່ານ ແລ້ວເຂົ້າໄປທີ່ GENERAL ແລ້ວເຂົ້າໄປ KEYBOARDS, ແລ້ວເຂົ້າໄປທີ່ KEYBOARDS ທ່ານຈະເຫັນພາສາຕ່າງໆທີ່ທ່ານມີຢູ່ ດັ່ງເຊັ່ນໃນຮູບທາງລຸ່ມນີ້
    Group
    4. ຫຼັງຈາກນັ້ນກໍ່ເພີ່ມແປ້ນພິມພາສາລາວເຂົ້າໄປໃນລະບົບດ້ວຍການກົດທີ່ ADD NEW KEYBOARD… ແລ້ວເລືອກທີ່ SOULIYO KEY ພຽງເທົ່ານີ້ແປ້ນພິມພາສາລາວກໍ່ຈະຖືກເພີ່ມເຂົ້າໄປໃນລະບົບແລ້ວ ດັ່ງທີ່ເຫັນໃນຮູບທາງລຸ່ມນີ້.
    group2
    ຫຼັງຈາກ 4 ຂັ້ນຕອນນີ້ອຸປະກອນ IPHONE ຫຼື IPAD ຂອງທ່ານກໍ່ຈະສາມາດພິມພາສາລາວໄດ້ແລ້ວ

    II. ການຕິດຕັ້ງຟ້ອນລາວເພື່ອພິມເອກະສານໃນອຸປະກອນຂອງທ່ານ

    1. ໃຫ້ທ່ານເປີດແອັບຯທ່ອງເວັບ SAFARI ຂອງທ່ານຂຶ້ນມາ ແລ້ວພິມຄຳວ່າ WWW.SOULIYO.COM/KEY/
    IMG_0008
    2. ຫຼັງຈາກນັ້ນທ່ານກໍ່ຈະເຫັນໂຕອັກສອນບອກໃຫ້ດາວໂຫລດຟ້ອນ DOWNLOAD LAO FONTS ດັ່ງໃນຮູບທາງລຸ່ມນີ້, ກໍ່ໃຫ້ທ່ານຄລິກເພື່ອດາວໂຫລດຟ້ອນລາວນັ້ນເລີຍ.
    3. ຫຼັງຈາກນັ້ນມັນກໍ່ຈະນຳທ່ານມາທີ່ໜ້າຕາມຮູບທາງລຸ່ມນີ້, ກໍ່ໃຫ້ທ່ານກົດທີ່ INSTALL ທີ່ຫົວມຸມດ້ານຂວາມື ແລ້ວກໍ່ໃຫ້ໃສ່ລະຫັດ PIN 4 ໂຕເລກທີ່ທ່ານໃຊ້ເວລາປົດລັອກອຸປະກອນຂອງທ່ານ
    groufonts
    4. ຫາກລະຫັດ PIN ຖືກຕ້ອງມັນກໍ່ຈະນຳທ່ານເຂົ້າມາທີ່ໜ້າຕາມທີ່ເຫັນທາງລຸ່ມນີ້ ກໍ່ໃຫ້ດຳເນີນການກົດ NEXT ທີ່ຫົວມຸມດ້ານຂວາມື ເພື່ອດຳເນີນການຕໍ່ໄປ ແລ້ວກໍ່ກົດທີ່ INSTALL ອີກຄັ້ງ ເພື່ອຢືນຢັນການຕິດຕັ້ງຟອນລົງໄປໃນລະບົບ ແລ້ວກົດ DONE ເພື່ອສິ້ນສຸດການຕິດຕັ້ງ.
    ສຳລັບຟ້ອນທີ່ມາກັບການຕິດຕັ້ງນີ້ ແມ່ນມີຟ້ອນທາງການ ຟ້ອນເພັດສະລາດ ໂອທີ (PHETSARATH OT), ໄຊເສດຖາ ໂອທີ (SAYSETTHA OT), ແລະຟ້ອນ SOULIYO UNICODE. ເຊິ່ງທາງສາມຟ້ອນນີ້ສາມາດນຳໃຊ້ພິມເອກະສານໄດ້ທຸກປະເພດ.

    ສຳລັບທ່ານໃດທີ່ອ່ານແລ້ວເຮັດຕາມທຸກຂັ້ນຕອນນີ້ແລ້ວຍັງບໍ່ໄດ້ ທ່ານສາມາດສອບຖາມໄດ້ດ້ວຍການສະແດງຄວາມເຫັນໃນກ່ອງຄວາມເຫັນທາງລຸ່ມນີ້ໄດ້.

    6479454

    ວິທີຕິດຕັ້ງແປ້ນພິມພາສາລາວ ແລະຟ້ອນລາວໃຫ້ກັບ iPhone & iPad

    NaChang  |  at  10:54 PM

    General

    Copyright © 2014 Zn-LTC.blogspot.com Bloggertheme9
    By: ເດັກລໍ້ລົມຂັ້ນເທບ Thx Blogger.