*** ຂັ້ນຕອນການຂຽນໂປຼແກຼມ ***
ການຂຽນໂປຼແກຼມຄອມພິວເຕີເປັນພຽງຂັ້ນຕອນໜຶ່ງໃນຂະບວນການພັດທະນາໂປຼແກຼມຄອມພິວເຕີ ຫຼື ປະຈຸບັນນິຍົມເອີ້ນວ່າການ ພັດທະນາຊອຟແວຣ,
ແຕ່ເດີມການພັດທະນາໂປຼແກຼມເພື່ອແກ້ໄຂບັນຫາທີ່ບໍ່ຊັບຊ້ອນບໍ່ຈຳເປັນຕ້ອງຜ່ານຂັ້ນຕອນອື່ນໆ ກ່າວຄື ໂປຼແກຼມສາມາດອອກແບບ ແລະ ຂຽນໂປຼແກຼມ
ໃນເວລາດຽວກັນໄດ້ເລີຍ ແຕ້ເປັນບັນຫາ ຫຼື ລະບົບງານມີຄວາມຊັບຊ້ອນ,ເພື່ອເປັນການຫຼຸດຂໍ້ຜິດພາດ ແລະ ເພືອ່ໃຫ້ໂປຼແກຼມຄອມພິວເຕີສາມາດ
ສະໜັບສະໜູນການທຳງານຂອງລະບົບໄດ້ຢ່າງແທ້ຈິງ ກ່ອນການຂຽນໂປຼແກຼມ ຈຳເປັນຕ້ອງຜ່ານຂັ້ນຕອນອື່ນໆທ່ີສຳຄັນ. ດ້ວຍເຫດຜົນດັ່ງກ່າວ
ປະກອບກັບລະບົບງານທີ່ມີຄວາມຊັບຊ້ອນຫຼາຍຂື້ນ ເຮັດໃຫ້ການພັດທະນາໃນອົງການຕ່າງໆ ຈະຕ້ອງຜ່ານຂະບວນການທາງຄວາມຄິດຢ່າງເປັນລະບົບ
ເພື່ອປ້ອງກັນຂໍ້ຜິດພາດທີ່ອາດເກີດຂືນໄດ້.
ຂັ້ນຕອນໃນຂະບວນການພັດທະນາໂປຼແກຼມຄອມພິວເຕີຍ່ອມແຕກຕ່າງກັນອອກໄປຕາມອົງກອນ ຫຼື ທິມງານຜູ້ພັດທະນາ, ຢ່າງໃດກໍ່ຕາມ ໂດຍທົ່ວໄປ
ຈະມີຂັ້ນຕອນທີ່ຄ້າຍກັນດັ່ງນີ້:
1 ການວິເຄາະບັນຫາ
2 ການອອກແບບໂປຼແກຼມ
3 ການຂຽນໂປຼແກຼມ
4 ການທົດສອບ ແລະ ແກ້ໄຂໂປຼແກຼມ
5 ການຈັດທຳເອກະສານ ແລະ ດູແລຮັກສາໂປຼແກຼມ
+ ການວິເຄາະບັນຫາ
ເປັນຂັ້ນຕອນການວິເຄາະບັນຫາທີ່ເກີດຂື້ນ ເພື່ອສ້າງຄວາມເຂົ້າໃຈໃນບັນຫາໄດ້ຢ່າງຖ່ອງແທ້ ແລະ ສາມາດກຳນົດບັນຫາໄດ້ຢ່າງຊັດເຈນແນ່ນອນ
ເຊິ່ງນຳໄປສູ່ການແກ້ໄຂບັຫາໄດ້ຢ່າງຖືກຕ້ອງ. ສຳລັບວິທີການວິເຄາະບັນຫາ ຈະໃຊ້ວິທີການແຍກບັນຫາອອກເປັນ 3 ສ່ວນໄດ້ແກ່
1 ສ່ວນຂອງຂໍ້ມູນທີ່ຕ້ອງນໍາເຂົ້າ (Input) ໝາຍເຖິງຂໍ້ມູນທີ່ຈະນຳເຂົ້າມາປະມວນຜົນເພື່ອໃຫ້ໄດ້ຜົນລັບຕາມຕ້ອງການ ນອກຈາກນີ້
ຍັງໝາຍເຖິງ ການຮັບຂໍ້ມູນເຂົ້າໄປປະມວນຜົນດ້ວຍ
2 ສ່ວນຂອງການປະມວນຜົນ (Process) ໝາຍເຖິງຂັ້ນຕອນການເຮັດວຽກຂອງໂປຼແກຼມທີ່ກະທຳຕໍ່ກັບຂໍ້ມູນນຳເຂົ້າຕາມເງື່ອນໄຂ
ຕ່າງໆ ທີ່ກ່ຽວຂ້ອງ ເພື່ອໃຫ້ໄດ້ຜົນລັບຕາມຕ້ອງການ
3 ສ່ວນຂອງຜົນລັບ (Output) ໝາຍເຖິງຂໍ້ມູນທີ່ໄດ້ຮັບຈາກການປະມວນຜົນຂໍ້ມູນ
+ ການອອກແບບໂປຼແກຼມ
ເມື່ມສາມາດລະບຸບັນຫາໄດ້ແລ້ວ ກໍ່ມາເຖິງຂັ້ນຕອນການອອກແບບໂປຼແກຼມ ຫຼື ອາດຈະກ່າວໄດ້ວ່າເປັນຂ້ັ້ນຕອນຂອງການວາງແຜນເພື່ອທີ່ຈະແກ້ໄຂ
ບັນຫານັ້ນ ໂດຍວິທີການຂຽນອາລກໍລິທຶມ ເຊິ່ງໝາຍເຖິງ ການຂຽນອະທີບາຍລຳດັບຂັ້ນຕອນການທຳງານຂອງໂປຼແກຼມ ໃນການປະມວນຜົນຂໍ້ມູນທີ່ນຳ
ເຂົ້າເພື່ອໃຫ້ໄດ້ຜົນລັບທີ່ຕ້ອງການ ແນ່ນອນວ່າການແກ້ໄຂບັນຫາ 1 ບັນຫາ ຫຼື ໂຈດ 1 ໂຈດ ຈາກໂປຼແກຼມເມີຫລາຍກ່ວາ 1ຄົນ ຍ່ອມມີອານກໍລິທຶມ
ທີ່ແຕກຕ່າງກັນ ແຕ່ຜົນລັບຍັງຄົງຄືກັນ ໂດຍອານກໍລິທຶມຂອງໂປຼແກຼມເມີຄົນໃດທີ່ເຮັດວຽກໄດ້ໄວ່ກວ່າ ແລະ ຂຽນໂຄດໂປຼແກຼມໄດ້ສັ້ນກວ່າຍ່ອມສະ
ແດງວ່າມີປະສິດທິພາບຫຼາຍກວ່າ. ດັ່ງນັ້ນ, ຈຶ່ງມີການ ວິເຄາະ ແລະ ການ ອອກແບບອານກໍລິທຶມ ຫຼື "ການອອກແບບໂປຼແກຼມ" ໂດຍສະເພາະ.
ແຕ່ໃນທີ່ນີ້ພຽງຕ້ອງການໃຫ້ຮູ້ວ່າ "ກ່ອນຂຽນໂປຼແກຼມເພື່ອແກ້ໄຂບັນຫາໃດໆ ຕ້ອງມີການວາງແຜນລຳດັບຂັ້ນຕອນຂອງຄຳສັ່ງເສຍກ່ອນ ວ່າຄວນເລີ່ມ
ຕົ້ນຈາກຄຳສັ່ງໃດ ຕາມດ້ວຍຄຳສັ່ງໃດ ຄວນໃຊ້ໂຄງສ້າງການຄວບຄຸມການເຮັດວຽກແບບໃດ (Control Structure / Logic Structure)
ຈຶ່ງຈະເຮັດໃຫ້ໂປຼແກຼມຫາຜົນລັບທີ່ຕ້ອງການໄດ້ຢ່າງຖືກຕ້ອງ ແລະ ວ່ອງໄວ".
+ ການຂຽນໂປຼແກຼມ
ການຂຽນໂປຼແກຼມຈະຕ້ອງໃຊ້ພາສາໂປຼແກຼມຄອມພິວເຕີ ເຊິ່ງມີຢູ່ຫລາຍຊະນິດ ແຕ່ລະຊະນິດຈະມີໂຄງສ້າງ, ຮູບແບບໄວຍາກອນທີ່ແຕກຕ່າງກັນອອກ
ໄປ. ສຳລັບການເລືອກໃຊ້ພາສາໂປຼແກຼມຈະຂື້ນຢູ່ກັບຄວາມຖະໜັດຂອງໂປຼແກຼມເມີ ແລະ ຄວາມເໝາະສົມຂອງລັກຊະນະງານ ໂດຍການຂຽນໂປຼແກຼມ
ຫຼື ຊຸດຄຳສັ່ງນັ້ນ ຈະມີລຳດັບຂັ້ນຕອນຕາມທີ່ໄດ້ອອກແບບອານກໍລິທຶມໄວ້.
+ ການທົດສອບ ແລະ ແກ້ໄຂໂປຼແກຼມ
ຫຼັງຈາກຂຽນໂຄດຂອງໂປຼແກຼມແລ້ວ ກໍເປັນຂັ້ນຕອນຂອງການທົດສອບໂປຼແກຼມວ່າມີຂໍ້ຜິດພາດໃນການເຮັດວຽກຫຼືບໍ່ ໂດຍຜູ້ທີ່ທົດສອບອາດຈະເປັນ
ຜູ້ໃຊ້ໂປຼແກຼມນັ້ນໃນການເຮັດວຽກໂດຍກົງ ເນື່ອງຈາກຜູ້ໃຊ້ຈະຮູ້ຄວາມຕ້ອງການ ແລະ ບັນຫາຕ່າງໆ ໄດ້ດີກວ່າໂປຼແກຼມເມີ ເຊິ່ງຖ້າມີຂໍ້ຜິດພາດ
ເກີດຂື້ນ ໂປຼແກຼມເມີຈະຕ້ອງແກ້ໄຂໃຫ້ຖືກຕ້ອງກ່ອນນຳໄປຕິດຕັ້ງເພື່ອໃຊ້ງານຈິງ.
ບາງຄັ້ງສຳລັບໂປຼແກຼມທີ່ພັດທະນາຂື້ນເພື່ອໃຊ້ງານຜ່ານລະບົບເຄື່ອຂ່າຍທີ່ມີການໃຊ້ຈາກເຄື່ອງຄອມພິວເຕີຫລາຍເຄື່ອງ, ໃນຂັ້ນຕອນການທົດສອບ
ຄວນຈະທົດລອງຕິດຕັ້ງລະບົບບາງສ່ວນແລ້ວໃຊ້ງານ ເພື່ອໃຫ້ແນ່ໃຈວ່າຈະບໍ່ມີຂໍ້ຜິດພາດເກີດຂື້ນເມື່ອມີຜູ້ໃຊ້ງານຫລາຍຄົນພ້ອມກັນ.
+ ການຈັດທຳເອກະສານ ແລະ ການບຳລຸງຮັກສາ
ໃນຂັ້ນຕອນສຸດທ້າຍຂອງການພັດທະນາໂປຼແກຼມຄື ການຈັດທຳເອກະສານເຊິ່ງໝາຍເຖິງ ຄູ່ມືການໃຊ້ງານໂປຼແກຼມ ຂໍ້ຄວນຮູ້ກ່ຽວກັບຄວາມສາມາດ
ຂອງໂປຼແກຼມ ລວມທັງຄຸນສົມບັດອື່ນໆຂອງໂປຼແກຼມ ເພື່ອໃຫ້ຜູ້ໃຊ້ສາມາດໃຊ້ງານໄດ້ຢ່າງຖືກວິທີ. ນອກຈາກນີ້ຄວນມີການດູແລ ແລະ ຮັກສາໂປຼແກຼມ
ຫຼັງຈາກການຕິດຕັ້ງ ແລະ ໄດ້ໃຊ້ໄປໃນໄລຍະໜຶ່ງແລ້ວ ເນື່ອງຈາກບາງຄັ້ງຄວາມຕ້ອງການໃນສ່ວນຂອງຕົວໂປຼແກຼມອາດປ່ຽນໄປ ລວມເຖິງຄວນມີ
ມາດຕະຖານການຮັກສາຄວາມປອດໄພກັບຂໍ້ມູນຂອງຜູ້ທີ່ບໍ່ປະສົງດີອີກດ້ວຍ.
credit: ປື້ມ ການຂຽນໂປຼແກຼມຄອມພິວເຕີເບື້ອງຕົ້ນດ້ວຍພາສາ JAVA. by: Panida PANISKOUN
Powered By | Zaiy[Rapper] at DekLorlom
Featured Post 1
ດາວໂຫຼດແອັບ ດາວໂຫຼດແອັບວິທິຍຸເພັງອອນລາຍ. ຄລິກ ເລີຍ
Sunday, October 19, 2014
ວິທີ ແລະ ຂັ້ນຕອນ ການຂຽນໂປຼແກມ
NaChang |  at 4:03 PM
|  |  No comments
0 ความคิดเห็น: