ສຳລັບໃນບົດຄວາມນີ້ ຂພຈ ຈະມາແນະນຳວິທີຕິດຕັ້ງ Windows ເຊິ່ງຫຼາຍໆຄົນກໍ່ຍັງບໍ່ຮູ້ ເຊິ່ງວ່າມັນບໍ່ໄດ້ຍາກຫຍັງເລີຍ.. ແຕ່ກ່ອນອື່ນທ່ານຄວນກວດເບິ່ງ ສະເປັກ ຄອມຂອງທ່ານກ່ອນວ່າຈະເໝາະສົມຕໍ່ການລົງ Windows 7 ຫຼືບໍ ? ໂດຍ ສະເປັກຂັ້ນຕ່ຳສຳລັບ Windows 7 ແມ່ນ 1 GHz CPU with 32 bits or 64 bits.1 GB Ram for 32 bits or 2 GB Ram for 64 bits. 16 GB empty space hard disk for 32 bits or 20 GB for 64 bits. DVD drive (if installing from a DVD). ເພື່ອບໍ່ເປັນການເສຍເວລາເຮົາມາເລີ່ມກັນເລີຍ ![]() 1. ເປີດຄອມຂຶ້ນມາແລ້ວກົດເຂົ້າ BIOS Settings ໂດຍການກົດປຸ່ມ Del ຫຼື ຖ້າບໍ່ໄດ້ໃຫ້ທ່ານສັງເກດເບິ່ງວ່າກົດປຸ່ມໃດຂຶ້ນກັບ Mainboard ແຕ່ລະແບບເນາະ. |
2. ກົດເຂົ້າເມນູ Boot ແລ້ວເລືອກ First Boot Device ເປັນ CD/DVD ເພື່ອທຳການ boot OS ຈາກແຜ່ນ ![]() 3. ກົດ F10 ເພື່ອ ບັນທຶກ ແລະ ອອກຈາກ BIOS ແລ້ວກໍ່ reboot ຄອມພິວເຕີ້. ![]() 4. ເອົາແຜ່ນເຂົ້າຄອມພິວເຕີ້ ແລ້ວກໍ່ເປີດຄອມຂຶ້ນມາ ກົດປຸ່ມໃດກໍ່ໄດ້ແລ້ວ Windows ກໍ່ຈະຖືກໂຫຼດຂຶ້ນມາ. ![]() 5. ເລືອກພາສາໃນການຕິດຕັ້ງ, ເວລາ, ສະກຸນເງິນ ແລະ ພາສາໃນການພິມ ໃນຕົວຢ່າງນີ້ເຮົາ ເມື່ອເລືອກແລ້ວກໍ່ກົດ next ![]() 6. ໃຫ້ທ່ານເລືອກເອົາວ່າຈະຕິດຕັ້ງ Windows ແບບໃດ 32 ບິດ ຫຼື 64 ບິດ ແລ້ວແຕ່ຄວາມແທດເໝາະເນາະ ( ໝາຍເຫດ: ແຜ່ນວິນໂດ້ບາງແຜ່ນກໍ່ບໍ່ມີຂັ້ນຕອນນີ້ເນາະແມ່ນຂ້າມໄປຂັ້ນຕອນຕໍ່ໄປເລີຍ ) ![]() 7. ກົດຕິດໃສ່ "I accept the license terms" ແລ້ວກໍ່ກົດ Next ![]() 8. ໃນຂັ້ນຕອນນີ້ຈະມີ 2 ຕົວເລືອກຄື Upgrade ແລະ Custom (Advance) Upgrade : ແມ່ນເມື່ອທ່ານໃຊ້ Windows ລຸ້ນເກົ່າແລ້ວຕ້ອງການອັບເປັນ Windows 7 ກໍ່ເລືອກເມນູນີ້ Custom : ຖ້າທ່ານຕ້ອງການຕິດຕັ້ງ Windows 7 ໃສ່ແທນໂຕເກົ່າເລີຍແມ່ນເລືອກເມນູນີ້ (ໃນບົດຄວາມນີ້ຈະເລືອກໂຕນີ້) ![]() 9. ຂັ້ນຕອນນີ້ແມ່ນໃຫ້ເລືອກ Partition ໃນການຕິດຕັ້ງ Windows ໃສ່. ໃນກໍລະນີທີ່ມີ partition ດຽວກໍ່ຈະເປັນການງ່າຍ ແຕ່ຖ້າມີຫຼາຍກວ່າໜຶ່ງກໍ່ ຈຳເປັນຕ້ອງແບ່ງ partition ໃຫ້ເໝາະສົມໂດຍໃຊ້ ເມນູໃນ Drive options ( advance ) ເພື່ອທຳການ ລຶບ, ສ້າງ, ແບ່ງ partition ຕາມຄວາມຕ້ອງການ ແລ້ວກໍ່ກົດ Next ![]() 10. ຂັ້ນຕອນນີ້ແມ່ນລໍຖ້າຈົນກວ່າ Windows ຈະຕິດຕັ້ງແລ້ວເນາະອາດຈະມີ ການ restart ຈັກ ເທື່ອ 1 ຫຼື 2 ເທື່ອ ![]() 11. ກຳນົດຊື່ ຄອມພິວເຕີ້ ແລະ ຊື່ຄອມພິວເຕີ້ ຫຼັງຈາກນັ້ນກໍ່ກົດ Next ![]() 12. ໃສ່ Product number Windows ຂອງທ່ານ ຖ້າບໍ່ມີກໍ່ຈຳເປັນຕ້ອງທຳການ ແຄຣັກ ພາຍຫຼັງ ສະນັ້ນຂັ້ນຕອນນີ້ແມ່ນ next ຂ້າມໄປເລີຍ ![]() 13. ເລືອກວ່າຕ້ອງການໃຊ້ Windows update ຫຼືບໍ ![]() 14. ເລືອກ ບົວໂມງ ຂອງປະເທດເຮົາ UTC+7 ![]() ພຽງເທົ່ານີ້ການ ຕິດຕັ້ງ WINDOWS 7 ກໍ່ສຳເລັດແລ້ວ !!! ເປັນແນວໃດບໍ່ຍາກເລີຍແມ່ນບໍ ![]() ຖ້າມີຄຳຖາມ ສາມາດ ສອບຖາມ ແລະ ສະແດງຄຳເຫັນ ດ້ານລຸ່ມໄດ້ເລີຍ ເຄຣດິດຈາກເວັບ : wikihow.com ![]() |
0 ความคิดเห็น: