Powered By | Zaiy[Rapper] at DekLorlom

Featured Post 1

ດາວໂຫຼດແອັບ ດາວໂຫຼດແອັບວິທິຍຸເພັງອອນລາຍ. ຄລິກ ເລີຍ

Tuesday, August 26, 2014

ປະເພດຂອງ Linux ທີ່ນິຍົມໃຊ້ໃນປະຈຸບັນ

NaChang  |  at  12:03 PM  |   |  No comments

ປະເພດຂອງ Linux ທີ່ນິຍົມໃຊ້ໃນປະຈຸບັນ 1. 1Ubuntu ຄືກຸ່ມຂອງຄົນທີ່ພັດທະນາລະບົບປະຕິບັດການເພື່ອໃຫ້ສາມາດນຳມາໃຊ້ກັບເຄື່ອງ computer ທັ້ງທີ່ເປັນເຄີ່ອງແບບຜູ້ໃຊ້ງານທົ່ວໄປ ( Client ) ຫຼືແບບເຄື່ອງແມ່ຂ່າຍ( Sever ) ເໝາະກັບຜູ້ໃຊ້ຈາມບ້ານ ແລະໂຮງຮຽນທີ່ບໍ່ຕ້ອງການມີຄ່າໃຊ້ຈ່າຍເລື່ອງ ຊອບແວລິຂະສິດ ໂດຍມີການລວມເອົາໂປແກຣມປະຍຸກປະເພດເວີດຫຼື ພາວເວີພອຍ ອິນເຕີເນັດໄວ້ນຳ 2. Debian Linux DebianLinuxຄືລະບົບປະຕິບັດການທີ່ຕັ້ງປັບແຕ່ງຊອບແວທີ່ເຮັດດ້ວຍອາສາສະໝັກລ້ວນໆ ໂດຍມີຄະຕິວ່າ Debian ຈະຟີຣຕະຫຼອດໄປ ແລະການພັດທະນາກໍ່ຈະເປັນໄປຢ່າງເປີດເຜີຍມີການເປີດໃຫ້ດາວໂຫຼດໂປຣແກມກັນຟຣີ ແຕ່ຂໍ້ເສຍຂອງ Debian ກໍ່ຄືການລົງ Debian ນັ້ນຍາກຫຼາຍມັນເປັນ Linuxສຳຫຼັບພວກຊຽນໆທັ້ງຫຼາຍ ເພາະຕ້ອງມານັ່ງປັບ Desktop ໃຫ້ເໝາະກັບການໃຊິງານເອງຈາກຂໍ້ເສຍບ່ອນນີ້ເຮັດໃຫ້ມີຫຼາຍໆບໍລິສັດເອົາຂໍ້ເສຍໄປປັບແຕ່ງໃຫ້ດີຂຶ້ນ. ຂໍ້ເດັ່ນຂອງ Debianກໍ່ຄືໂປຣແກຣມຕ່າງໆສາມາດທີ່ຈະຕິດຕັ້ງໂດຍ Download ໄດ້ຈາກ Internet ໂດຍອັດຕະໂນມັດ Ubuntu ເຮັດການ Update ໂປແກຣມເຫຼົ່ານີ້ໃຫ້ທັນສະໃໝ່ໂດຍໃຊ້Concept ດຽວກັບ Debian 3. Fedora Fedoraຄື Linux Distributionຕົວໜຶ່ງທີ່ຖູກພັດທະນາຕໍ່ຍອດມາຈາກ Redhat ເວີຊັ່ນ 9 Fedora ຖືກພັດທະນາໃຫ້ແຕກຕ່າງຈາກRedhat ໂດຍ Fedora ມີຈຸດມຸ່ງໝາຍທີ່ຈັບກຸ່ມDestop User ທີ່ເນັ້ນການເຮັດວຽກທີ່ງ່າຍ ແລະ ເຂົ້າໃຈບໍ່ຍາກ Fedoraຈະໃຊ້ລຸ້ນຂອງຕົວເອງວ່າເປັນ Coreຊຶ່ງປັດຈຸບັນກໍ່ໄດ້ພັດທະນາມາເຖິງ Core 4 ແລ້ວ. 4. Open SUSE SUSE ເປັນ Desktop Linux ທີ່ມີຕົ້ນກຳເນີດມາຈາກເຢັຍລະມັນແຕ່ກ່ອນນັ້ນເຮັດອອກມາຂາຍ ( ລາຄາບໍ່ແພງເທົ່າເທົ່າ Win ) ແຕ່ຕອນນີ້ແຍກອອກມາໃຫ້ໃຊ້ຟີຣພາຍໃຕ້ຊື່OpenSUSE . 5. Knoppix ເປັນ Linux ທີ່ RUN ເທິງແຜ່ນCD ເລີ່ມໂດຍການຕັ້ງ Bios ໃຫ້ບູດດ້ວຍແຜ່ນCD ເມື່ອບູດເຂົ້າໄປແລ້ວຕົວ Knoppix ກໍ່ຈະເຮັດການRUN Linux ຂຶ້ນມາໃຊ້ງານໄດ້ໃນທັນທີໂດຍລະບົບຂອງ Knoppix ຈະສາມາດ Dectect ກາດຈໍ, ກາດສຽງ ແລະອຸປະກອນຕ່າງໆໄດ້ທັນທີເໝາະສຳລັບຜູ້ທີ່ບໍ່ຕ້ອງການຕິດຕັ້ງ Linux ລົງໃນເຄື່ອງແຕ່ຖ້າຟາກລອງໃຊ້ງານກໍ່ສາມາດໃຊ້ຜ່ານCD Rom ໄດ້. 6. Redhat Linux ເປັນ Linux ທີ່ໄດ້ຮັບຄວາມນິຍົມສູງທັ້ງໃນອາເມລິກາແລະ ເມືອງໄທຈຸດເດັ່ນຂອງ RedHat ມີໂປແກຣມ RPM (RedHatPackge Managerment ) ຊ່ວຍຕິດຕັ້ງ - ຖອດ Application ຕ່າງໆໄດ້ຢ່າງສະດວກວ່ອງໄວ. 7. PCLinux OS. ເປັນ Linux ສາຍພັນ Mandriva ທີ່ເນັ້ນການເຮັດວຽກແບບ Live CD ສຳຫຼັບ 2007 ນີ້ຈະໃຊ້ Kernel2.6.18.8, KDE 3.3.3, Xorg 7.1.1 ແລະ ໂປແກຣມອື່ນໆກໍ່ເປັນຕົວທີ່ໃໝ່.ນອກຈາກນີ້ຍັງມີລະບົບ synaptic ທີ່ໄວ້ຖ້າຈັດການເລື່ອງຕ່າງໆ ຄືກັບ Ubuntuແຕ່ເປັນ RPM ມາພ້ອມສຳຫຼັບDriver ແບບ Proprietary 8. Cent OS. ເປັນ Linux ໃນລະດັບ Enterprise ທີ່ມີເປົ້າໝາຍຫຼັກໃນເລື່ອງຂອງຄວາມ Stable ເພື່ອໃຫ້ໃຊ້ກັບວຽກໃນລະດັບອົງກອນCentos ແຕກຕ່າງຈາກ Linux ໂຕອື່ນໆຫຼາຍແລະ ມີການປ່ຽນແປງດຸ ແລະ ມັກຈະໃຊ້ Feature ທີ່ຍັງບໍ່ Stableລົງໄປ. ດັ່ງນັ້ນການທີ່ Cent OSມູ່ງໝາຍໃນເລື່ອງຂອງ Stable ຈຶ່ງເຮັດໃຫ້ຜູ້ໃຊ້ວຽກສາມາດມຸ່ງຄວາມສົນໃຈລົງໄປໃນເລື່ອງຂອງApplicatoin ໂດຍຫຼຸດຄວາມກັງວົນລົງໃນສ່ວນຂອງ OperationSystem ລົງໄປ CentOS ຖືກພັດທະນາຕໍ່ມາຈາກ Source code ທີ່ໄດ້ຮັບການເປາີດເຜີຍໂດຍທີມງານຜູ້ຊຳນານEnterprise Linux ໃນອາເມລິເໜືອ ໂດຍທີມທີ່ພັດທະນາຈະປະກອບມີ:ຜູ້ຊຳນານ ແລະ ຄວາມສະໜັບສະໜູນຈາກ Community ຕ່າງໆ ທັ້ງດ້ານSystem admin, network admin, enterprise user, manager, core Linux contributors. 9. Puppy Linux ເປັນລະບົບປະຕິບັດການທີ່ໃຊ້ Linuxເປັນແກນການພັດທະນາແຕ່ວ່າຜູ້ພັດທະນາຕັ້ງໃຈວ່າຈະໃຫ້ມີຂະໜາດໃຫຍ່ ແລະມີອິນເຕີເຟດທີ່ງາມ, ໜ້າຮັກຈຶ່ງຕັ້ງຊື່ວ່າ Puppy ໂດຍVersion ລ່າສຸດຂອງ Pupy Linux Dingo 4.0 ມີຂະໜາດໄຟIOS ໃຫ້ດາວໂຫຼດຢູ່ປະມານ89MB ຈຸດເດັ່ນຂອງ Puppy Linux ຄືຄວາມໄວໃນການເຮັດວຽກທີ່ສູງກວ່າWindows ແລະມີຂະໜາດນ້ອຍຫຼາຍເຮັດໃຫ້ສາມາດໃສ່ມັນໄວ້ໃນອຸປະກອນເກັບຂໍ້ມູນເຊັ່ນ: ແຜ່ນ CD ROM ,copy disk ເພື່ອນຳໄປໃຊ້ງານໄດ້ສະດວກສະບາຍ.

0 ความคิดเห็น:

General

Copyright © 2014 Zn-LTC.blogspot.com Bloggertheme9
By: ເດັກລໍ້ລົມຂັ້ນເທບ Thx Blogger.